ມະນຸດສຳພັນໃນການຕິດຕໍ່ສື່ສານ - laungnamtha carpenter

building and carpentry learn

Boxed(True/False)

Post Top Ad

Responsive Ads Here

วันพฤหัสบดีที่ 25 มกราคม พ.ศ. 2561

ມະນຸດສຳພັນໃນການຕິດຕໍ່ສື່ສານ

Image result for มนุษย์
ເປັນພຽງຮູບປະກອບ




  • ຄວາມໝາຍຂອງມະນຸດສຳພັນ

 ມະນຸດສຳພັນ Human Relation ໝາຍເຖິງຄວາມສຳພັນລະຫວ່າງຄົນຕໍ່ບຸກຄົນ ຫຼື ຄວາມສຳພັນລະຫວ່າງບຸກຄົນຕໍ່ສັງຄົມໂດຍມີວິທີການລວມຄົນໃຫ້ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ, ມຸ້ງຫວັງໃຫ້ເກີດຄວາມສາມັກຄີ ຮ່ວມແຮງຮ່າວມໃຈ ປະສານງານກັນເພື່ອໃຫ້ເກີດຜົນຕາມເປົ້າໝາຍທີ່ວາງໄວ້ໃຫ້ໄດ້ຮັບຄວາມພໍໃຈທາງດ້ານເສດຖະກິດ, ດ້ານຈິດໃຈ ແລະ ສັງຄົມທົ່ວໄປ.
  • ຈຸດປະສົງຂອງການຮຽນຮູ້ມະນຸດສຳພັນ

- ຮູ້ເຖິງການພົົວພັນອັນດີລະຫວ່າງຄົນກັບຄົນ,
- ເຮັດໃຫ້ການພົວພັນດ້ານທຸລະກິດດຳເນີນໄປດ້ວຍຜົນສຳເລັດ,
- ເຮັດໃຫ້ກິດຈະການດ້ານທຸລະກິດດຳເນີນໄປຢ່າງບໍ່ຢຸດຢັ້ງ,
- ເປັນການເສີມສ້າງບຸກຄະລິກຂອງຄົນໃຫ້ດີຂຶ້ນເລື້ອຍໆ.

  • ມະນຸດສຳພັນແມ່ນໜ້າທີ່ຂອງທຸກຄົນ
ໃນປັດຈຸບັນນີ້ໂລກຂອງພວກເຮົາກຳລັງຈະເລີນກ້າວໜ໊າທາງດ້ານເສດຖະກິດ-ສັງຄົມ ແລະ ສະຕິປັນຍາ, ການຕິດຕໍ່ພົົວພັນຂອງຄົນຈຶ່ງມີຂອບເຂດກວ້າງຂວາງຫຼາຍຍິ່ງຂຶ້ນ, ການບໍລິຫານວຽກງານຕ່າງໆ ຈຶ່ງຈຳເປັນຕ້ອງໄດ້ນຳໃຊ້ມະນຸດສຳພັນເຂົ້າຊ່ວຍອີກທາງໜຶ່ງ, ຫາກຜູ້ບໍລິຫານວຽກງານຈະໃຊ້ແຕ່ ອຳນາດ ໃນການບໍລິຫານໂດຍບໍ່ຄຳນຶງເຖິງຈິດໃຈຂອງເພື່ອນຮ່ວມວຽກງານກໍ່ຈະເຮັດໃຫ້ວຽກງານນັ້ນບໍ່ໄດ້ຮັບຜົນດີເທົ່າທີ່ຄວນ

+ ມະນຸດສຳພັນມີຄວາມສຳຄັນຕໍ່ຈິດໃຈຂອງຄົນທຸກຄົນເພາະມັນຈະຊ່ວຍໃຫ້ :
- ເຫດການຮ້າຍກາຍເປັນເຫດການດີ
-ຄົນໂຫດຮ້າຍກາຍເປັນຄົນດີ
- ຄົນໃຈແຄບກາຍເປັນຄົນໃຈກວ້າງ
- ຄົນບໍ່ໃຫ້ຄວາມຮ່ວມມືກາຍເປັນຄົນໃຫ້ຄວາມຮ່ວມມື
- ຄົນບໍ່ມີກຳລັງໃຈກາຍເປັນຄົນມີກຳລັງໃຈ

ไม่มีความคิดเห็น:

Post Bottom Ad

Responsive Ads Here