ເຄື່ອງມື ແລະ ອຸປະກອນທີ່ໃຂ້ໃນການທາສີ - laungnamtha carpenter

building and carpentry learn

Boxed(True/False)

Post Top Ad

Responsive Ads Here

วันอังคารที่ 23 มกราคม พ.ศ. 2561

ເຄື່ອງມື ແລະ ອຸປະກອນທີ່ໃຂ້ໃນການທາສີ







ຈຸດປະສົງ

     ວຽກສີເປັນວຽກໜຶ່ງຂອງຊ່າງທີ່ຈຳເປັນຕ້ອງໄດ້ນຳໃຊ້ເຄື່ອງມືແລະ ອຸປະກອນ​​ໃນການ​​ເຮັດວຽກເພື່ອໃຫ້ວຽກດັ່ງກ່າວບັນລຸຕາມເປົ້າໝາຍທີ່ໄດ້ກຳນົດເອົາໄວ້ຖ້າຂາດເຄື່ອງມື ຫຼື ອຸປະກອນບາງຢ່າງໃນຂະນະທີ່ເຮັດວຽກກໍ່ອາດຈະເຮັດໃຫ້ວຽກດັ່ງກ່າວເກີດການຫຼ້າຊ້າຈົນໃນທີ່ສຸດບໍ່ສາມາດບັນລະຜົນຕາມທີ່ໄດ້ກຳນົດເອົາໄວ້.

ເຄື່ອງມື ແລະ ອຸປະກອນທາສີ
   1.ຟອຍ​ທາສີ

ໃນການເລືອກຟອຍທາສີໂດຍທົ່ວໄປແລ້ວ ຄວນເອົາໃຈໃສ່ດ້ານຄຸນນະພາບຂອງຟອຍ, ຟອຍທາສີທີ່ມີຄຸນນະພາບ ນັ້ນຈະເຮັດໃຫ້ສີບໍ່ຍ້ອຍອອກໄປໃນເວລາທາສີ ນອກລຈາກນີ້ຍັງທາໄດ້ລະອຽດ, ບໍ່ມີຄອງ ຫຼື ຮອຍຟອຍທາສີຈ່ງເປັນ ຜົນດີເຮັດໃຫ້ເກີດການປະຢັດ ແລະ ວຽກກໍ່ລະອຽດສວຍງາມ.ຊະນິດ ແລະ ຂະໜາດຂອງຟອຍທາສີນັ້ນ.
Ø  ຟອຍທາສີປະກອບດ້ວຍ 3 ປະ​​ເພດຄື:
ຟອຍທາສີນ້ຳມັນ


1. ຟອຍທາສີນ້ຳມັນ
ຟອຍທາສີຊະນິດນີ້ຂົນຟອຍເຮັດມາຈາກຂົນຟູຂອງກະຕ່າຍ ໃນຍຸກປະຈຸບັນແມ່ນນິຍົມກັນໃຊ້ຂົນຟອຍທີ່  ເຮັດ ດ້ວຍ ໄນລອນ ( nylon) ເນື່ອງຈາກວ່າມັນມີຄວາມທົນທານໃນການຈີກຂາດໄດ້ດີກ່ວາຂົນສັດ ຟອຍສະນິດນີ້ມີ ຄຸນນະພາບດີຂົນຟອຍຈະແຂງເປັນເສັ້ນຊື່ບໍ່ແຕກກະຈາຍ ບໍ່ຫຼຸດອອກຈາກກ້ານຟອຍໄດ້ງ່າຍ, ປາຍຂອງຟອຍຈະ ຕັດພຽງ ກັນດີ ນອກຈາກນີ້ແລ້ວຟອຍມີຄວາມສະອາດ,ຢືດ ແລະ ຫົດຕົວໄດ້ ໃຫ້ພະຍາຍາມກວດເບິ່ງຂົນຟອຍດ້ວຍມືກ່ອນ ການຕັດສິນໃຈເລືອກໃຊ້ຟອຍຊະນິດຍີ້ມີຫຼາຍລະດັບ ແລະ ຂະ ໜາດແຕກຕ່າງກັນເຊັ່ນ: 1-4 ນີ້ວ ເໝາະສົມທີ່ສຸດ ໃນການນຳໃຊ້ທົ່ວໆໄປ.




ຟອຍທາສີຄັດເງົາ
2. ຟອຍທາສີຄັດເງົາ
ຟອຍຊະນິດນີ້ໃຊ້ໃນການທາສະແລັກ,    ສີວານິດ, ແລັກເກີ  ແລະ  ນ້ຳມັນເຄືອບເງົາອຶ່ນໆຂົນຟອຍອ່ອນ, ລະອຽດ ສ່ວນຫຼາຍເຮັດມາຈາກຂົນສັດ (ຂົນກະຕ່າຍ), ດ້າມຂອງຟອຍເຮັດດ້ວຍໄມ້ໄຜ່ນ້ອຍແລ້ວເອົາ ມາຕິດກັນເຮັດເປັນຫຼາຍຂະໜາດ  ຖ້າເປັນຟອຍຂະໜາດໃຫຍ່ເຮົາສາມາດຕັດແຍກອອກມາເປັນຟອຍຂະໜາດນ້ອຍໄດ້ ຟອຍຊະນິດນີ້ມີຫຼາຍລະດັບແຕ່ຄວນນຳໃຊ້ລະດັບທີ່ມີຄຸນນະພາບສູງເທົ່ານັ້ນຈະເປັນການດີ ຖ້າເປັນຟອຍລະດັບຕ່ຳ ຂົນຟອຍຈະຫຼຸດອອກໃນເວລາທາສີ.




ຟອຍດອກຫຍ້າ
3. ຟອຍດອກຫຍ້າ
ຟອຍຊະນິດນີ້ເຮັດດ້ວຍຫຍ້າເຊິ່ງມີດອກເປັນຝອຍຕິດຕາມກ້ານ,ຫຍ້າຊະນິດດຽວກັນກັບເຮັດຟອຍປັດເຮືອນ ເປັນຟອຍໃຊ້ສຳລັບທາສີນ້ຳທຸກຊະນິດເຊັ່ນ: ສີນ້ຳ,ສີປູນ ແລະ ສີປຼາສະຕິກຟອຍຊະນິດນີ້ມີທັງ ເຮັດສຳເລັດ ແລະ ນຳມາມັດເອົາເອງເຮົາສາມາດເຮັດເປັນມັດໃຫຍ່ ແລະ ນ້ອຍໄດ້ຕາມທີ່ຕ້ອງການ.

ไม่มีความคิดเห็น:

Post Bottom Ad

Responsive Ads Here